ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຊຽນ ປຶກສາ​ຫາລື​ການ​ຄຸ້ມ​ຄອງໄພພິບັດ​ທຳ​ມະ​ຊາດ

     ຕາມ​ຂ່າວ​ຈາກວິທະຍຸ​ສາກົນ ຫວຽດນາມ, ວັນ​ທີ 9 ຕຸລາ ນີ້, ກອງ​ປະຊຸມປະຈຳ​ປີ ຄັ້ງ​ທີ 43 ຂອງ​ຄະນະກຳມະການອາ​ຊຽນ ກ່ຽວ​ກັບ
​ການ​ຄຸ້ມ​ຄອງ​ໄພພິບັດທຳ​ມະຊາດຈັດ​ຂຶ້ນ​ຢູ່​ນະຄອນຮາ​ລອງ. ແຂວງກວາງ​ນິງ ໂດຍ​ມີຜູ້ຕາງໜ້າບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ພ້ອມ​ດ້ວຍ
​ບັນດາ​ອົງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

     ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ເຂົ້າ​ຮ່ວມ​ໄດ້​ປະກອບ​ຄຳ​ເຫັນ ແລະ ຮັບຮອງ​ເອົາ​ບາງ​ເນື້ອ​ໃນ​ຕົ້ນຕໍ ກ່ຽວ​ກັບການ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ແນະນຳ​ຂອງ
​ການ​ນຳຂັ້ນ​ສູງທີ່​ກ່ຽວຂ້ອງ; ແລກປ່ຽນ ເພື່ອ​ຍື່ນ​ສະເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ ຮັບຮອງເອົາ​ຖະແຫລງການ ຮາ​ລອງ ກ່ຽວ​ກັບ​ການ​ເພີ່ມ​
ທະວີ​ການ​ກະທຳ​ໄວ​້ໃນ​ການ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ ​ຢູ່ ພາກ​ພື້ນ​ອາ​ຊຽນ ແລະ ປຶກສາຫາລື ກ່ຽວ​ກັບ​ລະບຽບ​ການດ້ານການ​ເງິນ
​ຂອງ​ກອງ​ທຶນ​ຄຸ້ມ​ຄອງ​ໄພພິບັດທຳ​ມະ​ຊາດ.

     ໃນ​ໂອກາດ​ນີ້, ທ່ານ ຫງວ​​ຽນ ຮ່ວ​​າງ​ຮຽບ. ຮອງ​ລັດຖະມົນຕີ ກະຊວງ​ກະສິກຳ ແລະ ພັດທະນາ​ຊົນນະບົດ ຫວຽດນາມ ໄດ້​ກ່າວ​ວ່າ:
ເມື່ອ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ. ບັນດາ​ປະເທດ ອາ​ຊຽນ ແລະ ຕີ​ມໍ​ແລັດ​ສະ​ເຕ (Timor Leste) ກໍ​ມີ​ຄວາມ​ຄາດ​ຫວັງ
ມີ​ຫລາຍ​ຂໍ້​ລິ​ເລີ່ມ ແລະ ການເຄື່ອນໄຫວ​ທີ່​ເທດ​ເມາະ​ຕົວ​ຈິງ​ກັບ​ວຽກງານ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ​ຢູ່ ອາ​ຊຽນ.

     ນອກຈາກ​ຖະແຫຼງການ ຮາ​ລອງ ແລ້ວ. ກອງ​ປະຊຸມ​ຍັງ​ມີ​ບົດ​ບັນທຶກ​ຕີ​ລາຄາຮ່າງ​ອານຸສັນຍາ​ຂອງ​ແຕ່ລະ​ຝ່າຍທີ່​ເຂົ້າ​ຮ່ວມ​ວຽກງານຄຸ້ມ
​ຄອງ​ໄພພິບັດ​ທຳ​ມະ​ຊາດ ແລະ ຮັບ​ມື​ກັບ​ສະພາບ​ການ​ດ່ວນ ອາ​ຊຽນ. ບັນດາປະເທດ ອາ​ຊຽນ ຈະ​ພິຈາລະນາແຕ່​ນີ້ຮອດ​ປີ 2025 ກ່ຽວ
ກັບ​ເຄື່ອນ​ໄຫວ​ໂດຍ​ລະອຽດ ​ເພື່ອສົມທົບ​ໃນ​ການ​ຫຼຸດຜ່ອນຄວາມ​ສ່ຽງທາງ​ດ້ານ​ໄພພິບັດ​ທຳ​ມະ​ຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2023